ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານພະລາທິການກອງທັບ ປິດຮຽນປະຈຳສົກຮຽນ 2022-2023


    ວັນທີ 19 ມິຖຸນາ 2023 ນີ້, ວິທະຍາຄານພະລາທິການກອງທັບ ໄດ້ຈັດພິທີິປິດສົກຮຽນ 2022-2023 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍາ ນວຍການ, ຜູ້ຕາງໜ້າກົມເສນາໃຫຍ່ເສນາທິການ, ກົມພະນັກງານ, ກົມໂຄສະນາອົບຮົມ, ກົມກໍາລັງພົນ, ກົມໂຮງຮຽນ, ພ້ອມດ້ວຍນັກຮຽນ-ນັກສຶກສາ, ແຂກ ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສອນທັນ ສຸວົງໄຊ, ຮອງອໍານວຍການ, ຫົວໜ້າຫ້ອງອົບຮົມວິທະຍາຄານພະລາທິການກອງທັບ ໄດ້ລາຍງານໃຫ້ຮູ້ວ່າ: ວິທະຍາຄານພະລາທິການກອງທັບ ແມ່ນເປັນບ່ອນເຝິກຝົນຫຼໍ່ຫຼອມ, ສຶກສາຮໍ່າຮຽນ ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ສິດຕິດແທດຈາກຄະນະ ພັກກະຊວງປ້ອງກັນປະເທດ, ກົມໃຫຍ່ພະລາທິການກອງທັບ ແລະ ກົມວິຊາສະເພາະທີ່ກ່ຽວຂ້ອງຢ່າງເປັນປົກກະຕິ, ເຊິ່ງຍາມໃດ ຄະນະພັກ-ຄະນະອໍານວຍ ການ ກໍໄດ້ເອົາໃຈໃສ່ຊີ້ນໍາວຽກງານ ອົບຮົມ-ຫັດແອບ ເຊິ່ງເປັນໜ້າທີ່ການເມືອງຂອງວິທະຍາຄານໃນການປະຕິບັດໂຄງການ-ຫຼັກສູດ ແລະ ວຽກງານຮັບປະກັນ ຕ່າງໆ ໃຫ້ແກ່ການຮຽນ-ການສອນ, ການປະຕິບັດຂໍ້ກໍານົດກົດລະບຽບຂອງວິທະຍາຄານ, ການຄຸ້ມຄອງນັກຮຽນ-ນັກສຶກສາ, ເພື່ອເຄື່ອນໄຫວສຶກສາ, ຄົ້ນຄວ້າ ຮໍ່າຮຽນ ແລະ ເຮັດກິດຈະກໍາຕ່າງໆ ພະນັກງານຄູ-ອາຈານແມ່ນມີຄວາມຮັບຜິດຊອບຕໍ່ການກະກຽມດີ ແລະ ດໍາເນີນການຮຽນ-ການສອນຖືກຕ້ອງຕາມແຜນ ການ ແລະ ເນື້ອໃນອົບຮົມ-ຫັດແອບເປັນຢ່າງດີ ນັກຮຽນ-ນັກສຶກສາທີ່ເຂົ້າມາຮຽນສ່ວນຫຼາຍແມ່ນຜ່ານໂຮງຮຽນທະຫານມາແລ້ວຈຶ່ງມີສະຕິຕື່ນຕົວຕໍ່ການຮໍ່າ ຮຽນເປັນແບບຢ່າງທີ່ດີ. ສ່ວນນັກຮຽນ-ນັກສຶກສາຈົບໃນສົກຮຽນນີ້ມີທັງໝົດ 228 ສະຫາຍ, ຍິງ 19 ສະຫາຍ, ພັນໂທ 17 ສະຫາຍ, ພັນຕີ 36 ສະຫາຍ, ຮ້ອຍ ເອກ 40 ສະຫາຍ, ຮ້ອຍໂທ 36 ສະຫາຍ, ຮ້ອຍຕີ 4 ສະຫາຍ ແລະ ນາຍສິບ 95 ສະຫາຍ, ໃນນີ້ຈົບຂັ້ນປະລິນຍາໂທ ລະບົບ 2 ປີ, ມີ 1 ສາຂາ 10 ສະຫາຍ, ລະບົບປະລິນຍາຕີ ຂັ້ນກອງພັນໃຫຍ່, ກອງພົນ ລະບົບ ປີ 2 ມີ 1 ສາຂາ ຈໍານວນ 18 ສະຫາຍ, ລະບົບປະລິນຍາຕີ ຂັ້ນກອງພັນ ລະບົບ 4 ປີ ມີ 2 ສາຂາ ຈໍາ ນວນ 56 ສະຫາຍ ແລະ ນັກຮຽນກໍ່ສ້າງຊັ້ນກາງລະບົບ 2 ປີ ມີ 2 ສາຂາຄື: ປຸງແຕ່ງ ແລະ ເຄຫາ ມີ 50 ສະຫາຍ, ສ່ວນລະບົບ 1 ປີ ມີ 4 ສາຂາ: ພະລາ, ອຸ ປະໂພກ, ກະສິກໍາ ແລະ ການເງີນ ມີ 94 ສະຫາຍ. ໂອກາດນີ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດານັກຮຽນ-ນັກ ສຶກສາທີ່ຮຽນຈົບໃໝ່ພ້ອມທັງເນັ້ນໜັກຕໍ່ສຶກສາຮໍ່າຮຽນຈົບໄດ້ຄັ້ງນີ້ຈົ່ງນໍາເອົາຄວາມຮູ້, ຄວາມສາມາດ ທີ່ໄດ້ຈາກການຮໍ່າຮຽນໄປໝູນໃຊ້ຢ່າງຖືກຕ້ອງ ເຂົ້າໃນ ວຽກງານທີ່ຕົນເອງຮັບຜິດຊອບຢູ່ກົມກອງຂອງຕົນ ໃຫ້ເກີດດອກອອກຜົນສູງສຸດ, ເປັນເຈົ້າການປະຕິບັດກົດລະບຽບຂອງກອງທັບ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ດີ ເພື່ອພ້ອມກັນຍາດໄດ້ຜົນສໍາເລັດອັນໃໝ່ຍິ່ງ ໃຫ່ຍກວ່າເກົ່າໃນຕໍ່ໜ້າ.

ແຫຼ່ງທີ່ມາ:ສົມ​ຄິດ ພູມ​ມີ​ຈິດ
ວັນທີ 21/06/2023